ຜູ້ນຳ ຣັດເຊຍ ແລະ ອິນເດຍ ພົບປະເຈລະຈາສອງຝ່າຍ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃຫ້ຮູ້ໃນວັນທີ 10 ກໍລະກົດ 2024 ນີ້ວ່າ: ໃນການພົບປະສອງຝ່າຍລະຫວ່າງ ທ່ານ ວະລາດີເມຍ
ປູຕິນ ປະທານາທິບໍດີຣັດເຊຍ ແລະ ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີອິນເດຍ, ທ່ານ ປູຕິນ ໄດ້ຢືນຢັັນວ່າ, ການພົວພັນຮ່ວມມືລະຫວ່າງ
ຣັດເຊຍ ແລະ ອິນເດຍ ມີທາດແທ້ມູນເຊື້ອການຮ່ວມມືຍຸດທະສາດແບບພິເສດ.
ສ່ວນ ທ່ານ ໂມດີ ເຊື່ອໝັ້ນວ່າ, ອິນເດຍ ແລະ ຣັດເຊຍ ຈະສືບຕໍ່ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ. ກ່ຽວກັບບັນຫາ ອູແກຼນ, ທ່ານ ໂມ
ດີ ກ່າວວ່າ: ສັນຕິພາບ ແມ່ນສິ່ງສຳຄັນທີ່ສຸດ ແລະ ອິນເດຍ ກໍພ້ອມທີ່ຈະສະໜອງການຊ່ວຍເຫຼືອໃນທຸກດ້ານ ເພື່ອສ້າງສັນຕິພາບໃນ ອູແກຼນ.
ນອກນີ້, ການນຳທັງສອງທ່ານ ຍັງໄດ້ດຳເນີນວາລະປຶກສາຫາລືບັນດາມາດຕະການຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດວຽກງານ ເຊັ່ນ: ການຮ່ວມ
ມືດ້ານເສດຖະກິດລະຫວ່າງ 2 ປະເທດ, ບັນດາບັນຫາກ່ຽວກັບຄວາມໝັ້ນຄົງໃນພາກພື້ນ ແລະ ໃນທົ່ວໂລກ; ຮ່ວມມືໃນກຸ່ມບັນດາປະເທດບຣິກສ໌
(BRICS), ອົງການຮ່ວມມືຊຽງໄຮ (SCO) ແລະ ກຸ່ມບັນດາປະເທດ ທີ່ມີພື້ນຖານເສດຖະກິດຫາກໍພົ້ນເດັ່ນແຖວໜ້າຂອງໂລກ-ຈີ 20 (G20)
ແລະ ບັນຫາຄວາມໝັ້ນຄົງດ້ານພະລັງງານ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/07/2024